ການບໍລິການ
ບໍລິສັດ ອິນໂນກຣີນ ມີຄວາມຊ່ຽວຊານໃນການເປັນທີ່ປຶກສາກ່ຽວກັບໂຄງການດ້ານສິ່ງແວດລ້ອມໃນຫຼາກຫຼາຍປະເພດໂຄງການເຊັ່ນ: ການກໍ່ສ້າງ, ບໍ່ແຮ່, ພະລັງງານໄຟຟ້າ ແລະ ອີກຫຼາກຫຼາຍປະເພດໂຄງການ. ການໃຫ້ບໍລິການທີ່ຫຼາກຫຼາຍຂະແໜງ ຊ່ວຍໃຫ້ເຮົາສາມາດຮັບມືກັບໂຄງການທຸກຂະໜາດ ແລະ ຄວາມຫຍຸ້ງຍາກ ຕັ້ງແຕ່ໂຄງການນ້ອຍໆ ໄປຈົນເຖິງໂຄງການຂະໜາດໃຫຍ່ທີ່ມີຄວາມຊັບຊ້ອນ.
ທີມງານຂອງພວກເຮົາໄດ້ຮັບການນຳພາໂດຍ ຜູ້ຊ່ຽວຊານດ້ານເຕັກນິກວິຊາການທີ່ມີປະສົບການ ແລະ ມີຄຸນສົມບັດທີ່ເໝາະສົມ ຊຶ່ງເຮັດໜ້າທີ່ເປັນຜູ້ປະສານງານຫຼັກກັບລູກຄ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າ ການສື່ສານຖືກຕ້ອງ ແລະ ໂຄງການປະສົບຜົນສຳເລັດໄປດ້ວຍດີ. ເຮົາໃຫ້ຄວາມສຳຄັນໃນການຢູ່ແຖວໜ້າຂອງຄວາມກ້າວໜ້າໃນຂະແໜງການນີ້ ເພື່ອໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າຂອງເຮົາ. ທີ່ອິນໂນກຣີນ ພວກເຮົາສະໜອງວິທີການແກ້ໄຂທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ທັນສະໄໝທີ່ສຸດ ສຳລັບທຸກໂຄງການ.
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA)
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເປັນຂະບວນການທີ່ປະເມີນຜົນກະທົບທາງສິ່ງແວດລ້ອມ ທີ່ອາດຈະເກີດຂຶ້ນ (ໃນດ້ານບວກ ແລະ ດ້ານລົບ) ຈາກໂຄງການ ຫຼື ການພັດທະນາທີ່ສະເໜີ. ໂດຍມີຈຸດປະສົງເພື່ອກໍານົດ, ຄາດຄະເນ, ປະເມີນ ແລະ ຫຼຸດຜ່ອນຜົນກະທົບຕ່າງໆທາງດ້ານ ຊິວະພາບເສດຖະກິດສັງຄົມ ແລະ ຜົນກະທົບທີ່ກ່ຽວຂ້ອງອື່ນໆ ຂອງບົດສະເໜີການພັດທະນາໂຄງການ ກ່ອນທີ່ຈະມີການຕັດສິນໃຈ ແລະ ຕົກລົງຈັດຕັ້ງໂຄງການ.
ການປະເມີນຜົນກະທົບຕໍ່ສຸຂະພາບ (HIA)
ການປະເມີນຜົນກະທົບຕໍ່ສຸຂະພາບ ເປັນຂະບວນການທີ່ໃຊ້ໃນການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຈາກນະໂຍບາຍ ແລະ ແຜນດໍາເນີນງານຂອງໂຄງການ ທີ່ອາດມີຜົນຕໍ່ສຸຂະພາບຂອງປະຊາຊົນ ຊຶ່ງລວມຖິງຜົນກະທົບທາງດ້ານບວກ ແລະ ດ້ານລົບ ແລະ ການປະເມີນຈະພິຈາລະນາວ່າ ຜົນກະທົບເຫຼົ່ານັ້ນຈະສົ່ງຜົນແນວໃດຕໍ່ກັບປະຊາຊົນ.
ການສຶກສາຄວາມເປັນໄປໄດ້ຂອງໂຄງການ (FS)
ການສຶກສາຄວາມເປັນໄປໄດ້ຂອງໂຄງການ ແມ່ນການປະເມີນຢ່າງຄົບຖ້ວນ ທີ່ວິເຄາະເຖິງຄວາມແທດເໝາະ ແລະ ຄວາມເປັນໄປໄດ້ຂອງໂຄງການທີ່ສະເໝີ. ໂດຍມີຈຸດປະສົງເພື່ອພິຈາລະນາວ່າ ໂຄງການນັ້ນບໍ່ພຽງແຕ່ ເປັນໄປໄດ້ເທົ່ານັ້ນ ແຕ່ຍັງເປັນປະໂຫຍດໃນດ້ານເຕັກນິກ, ການເງິນ, ກົດໝາຍ, ການດໍາເນີນງານ ແລະ ການ ກໍານົດຕາລາງເວລາດ້ວຍ. ການສື່ສານີ້ຍັງຊ່ວຍໃຫ້ຜູ້ມີອຳນາດໃນການຕັດສິນໃຈ ປະເມີນຄວາມສ່ຽງ ແລະ ຜົນຕອບແທນທີ່ອາດຈະເກີດຂຶ້ນຈາກໂຄງການ ກ່ອນທີ່ຈະມີການລົງທຶນ.
ມາດຕະຖານການດໍາເນີນງານດ້ານສິ່ງແວດລ້ອມ ແລະ ສັງຄົມ (SESO)
ໃນສະພາບຂອງການພັດທະນາໂຄງການ (SESO) ອາດໝາຍເຖິງຊຸດມາດຕະຖານການປະຕິບັດງານ ດ້ານສິ່ງແວດລ້ອມ ແລະ ສັງຄົມ (ພັນທະຂອງໂຄງການ) ທີ່ໂຄງການຕ້ອງປະຕິບັດຕາມໃນລະວ່າງການດໍາເນີນງານ. ຊຶ່ງມັກຈະລວມຢູ່ໃນສັນຍາສຳປະທານສໍາລັບໂຄງການເຂື່ອນໄຟຟ້າ ຫຼື ການພັດທະນາໂຄງສ້າງພື້ນຖານອື່ນໆ.
ການສໍາຫຼວດພືດແລະສັດ (FFS)
ການສໍາຫຼວດພືດ ແລະ ສັດ ເປັນການກວດສອບທີ່ເປັນລະບົບສາຍພັນຂອງພືດ (ພືດທ້ອງຖິ່ນ) ແລະ ສັດ (ສັດທ້ອງຖິ່ນ) ທີ່ມີຢູ່ໃນບໍລິເວນພື້ນທີ່ໃດຫນື່ງໂດຍການລະບຸ ແລະ ບັນທຶກສາຍພັນທີ່ພົບໃນພື່ນທີ່ ລວມເຖິງຂໍ້ມູນກ່ຽວກັບຄວາມອຸດົມສົມບູນການແພ່ພັນ ແລະ ຄວາມສໍາພັນກັບແຫຼ່ງທີ່ຢູ່ອາໃສ. ການສໍາຫຼວດພືດ ແລະ ສັດມີບົດບາດສໍາຄັນໃນການປະເມີນຜົນກະທົບສິ່ງແວດລ້ອມ ການວາງແຜນອານຸລັກ ແລະ ການຄົ້ນຄວ້າດ້ານນິເວດວິທະຍາ. ໂດຍເປັນການໃຫ້ຂໍ້ມູນທີ່ຈໍາເປັນຕໍ່ການທໍາຄວາມເຂົ້າໃຈ ແລະ ປົກປ້ອງຄວາມຫຼາກຫຼາຍທາງທາງຊີວະພາບຂອງໂລກເຮົາ.
ການປະເມີນສິ່ງແວດລ້ອມເບື້ອງຕົ້ນ (IEE)
ການປະເມີນສິ່ງແວດລ້ອມເບື້ອງຕົ້ນ ເປັນການປະເມີນດ້ານສິ່ງແວດລ້ອມເບື້ອງຕົ້ນ ທີ່ຕີລາຄາຜົນກະທົບດ້ານສິ່ງແວດລ້ອມທີ່ອາດຈະເກີດຂຶ້ນ ຂອງການພັດທະນາ ຫຼື ໂຄງການທີ່ສະເຫນີ. ມີຈຸດປະສົງເພື່ອກໍານົດວ່າຈໍາເປັນຕ້ອງມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ (EIA) ຫຼື ຖ້າຫາກຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການສາມາດຄຸ້ມຄອງໄດ້ຢ່າງພຽງພໍ ໂດຍບໍ່ຈໍາເປັນຕ້ອງໃຊ້ບັນດາມາດຕະການອື່ນໆທີ່ເຂັ້ມງວດຫຼາຍ.
ການຕິດຕາມຄຸນນະພາບດ້ານສິ່ງແວດລ້ອມ ແລະ ສັງຄົມ (ESM)
ການຕິດຕາມຄຸນນນະພາບດ້ານສິ່ງແວດລ້ອມ ແລະ ສັງຄົມ ເປັນຂະບວນການສໍາຄັນທີ່ກ່ຽວຂ້ອງກັບການຕິດຕາມ ແລະ ປະເມີນຜົນກະທົບດ້ານສິ່ງລ້ອມ ແລະ ສັງຄົມຂອງໂຄງການ ຫຼື ການພັດທະນາຢ່າງເປັນລະບົບຕະຫຼອດອາຍຸຂອງໂຄງການ. ໂດຍມີຈຸດປະສົງເພື່ອໃຫ້ຫມັ້ນໃຈວ່າ ໂຄງການໄດ້ປະຕິບັດຕາມ ມາດຕະການຫຼຸດຜ່ອນຜົນກະທົບ ແລະ ພັນທະສັນຍາທີ່ໄດ້ລະບຸໄວ້ໃນການປະເມີນຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ (ESIA) ແລະ ແຜນການຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມອື່ນໆທີ່ກ່ຽວຂ້ອງ.
ການສໍາຫຼວດເສດຖະກິດ ແລະ ສັງຄົມຂອງຄົວເຮືອນທີ່ໄດ້ຮັບຜົນກະທົບ (SEASAH)
ການສໍາຫຼວດເສດຖະກິດ ແລະ ສັງຄົມຂອງຄົວເຮືອນທີ່ໄດ້ຮັບຜົນກະທົບ ເປັນການສຶກສາທີ່ ດໍາເນີນການເພື່ອປະເມີນຜົນກະທົບທາງເສດຖະກິດ ແລະ ສັງຄົມຂອງໂຄງການ ຫຼື ການພັດນາຕໍ່ຄົວເຮືອນທີ່ໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມ. ການສຶກສາດັ່ງກ່າວມີຈຸດປະສົງເພື່ອໃຫ້ ເຂົ້າໃຈວ່າໂຄງການທີ່ອາດສົ່ງຜົນກະທົບຕໍ່ວິຖີຊີວິດ, ການດໍາລົງຊີບ ແລະ ການເປັນຢູ່ຂອງພວກເຂົາແບບໃດ ແລະ ເພື່ອລະບຸຜົນກະທົບທີ່ອາດຈະເກີດຂຶ້ນ ຊຶ່ງອາດຈະຕ້ອງໄດ້ຮັບການແກ້ໄຂໂດຍຜ່ານມາດຕະການຫຼຸດຜ່ອນ ຜົນກະທົບ.
ກວດສອບດ້ານສິ່ງແວດລ້ອມ ແລະ ສັງຄົມ (ESDD)
ການກວດສອບດ້ານສິ່ງແວດລ້ອມ ແລະ ສັງຄົມ ແມ່ນຂະບວນການທີ່ໃຊ້ໃນການປະເມີນ ແລະ ຈັດການຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ກ່ຽວຂ້ອງກັບໂຄງການ ການລົງທຶນ ຫຼື ການດໍາເນີນທຸລະກິດ. ຊຶ່ງປະກອບດ້ວຍ ການເກັບກໍາຂໍ້ມູນ ແລະ ວິເຄາະຢ່າງເປັນລະບົບ ເພື່ອ ກໍານົດຜົນກະທົບດ້ານລົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ຊຸມຊົນທ້ອງຖິ່ນ ແລະ ຜູ້ມີສ່ວນໄດ້ສ່ວນເສຍ