ວິໄສທັດ
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈໍາກັດ (ING), ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ເປັນບໍລິສັດທີ່ປຶກສາຊັ້ນນໍາຂອງປະເທດລາວ ທີ່ຊ່ຽວຊານດ້ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການຕິດຕາມດ້ານສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ການສຶກສາຄວາມເປັນໄປໄດ້ຂອງໂຄງການ. ອິນໂນກຣີນໃຫ້ບໍລິການລູກຄ້າທີ່ຫຼາກຫຼາຍ ລວມທັງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມຸ່ງໝັ້ນໃນການໃຫ້ສະໜອງການບໍລິການທີ່ມີຄຸນນະພາບ ເພື່ອສະໜັບສະໜຸນການພັດທະນາຕາມນະໂຍບາຍສີຂຽວແບບຍືນຍົງໃນ ສປປ ລາວ.
ເລີ່ມແຕ່ສ້າງຕັ້ງມາ, ບໍລິສັດໄດ້ໃຫ້ບໍລິການດ້ານການປະເມີນສິ່ງແວດລ້ອມ ສຳລັບໂຄງການປະເພດຕ່າງໆ, ນັບຕັ້ງແຕ່ໂຄງການປູກຕົ້ນໄມ້ອຸດສາຫະກຳ, ພື້ນຖານໂຄງລ່າງ, ການຂຸດຄົ້ນບໍ່ແຮ່, ໂຮງງານປຸງແຕ່ງອຸດສາຫະກຳ ແລະ ໂຄງການພະລັງງານໄຟຟ້ານ້ຳຕົກໃນຫຼາຍພາກສ່ວນຂອງສປປລາວ.
ບໍລິສັດໄດ້ເຂົ້າເຖິງຊັບພະຍາກອນມະນຸດທີ່ມີປະສົບການ ແລະ ເຄື່ອງມືທີ່ກ້າວໜ້າທາງດ້ານຕ່າງໆທີ່ທັນສະໄໝເພື່ອສະໜອງມາດຕະຖານການປະຕິບັດ ແລະ ການບໍລິການລະດັບຊາດ ແລະ ສາກົນ.
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.
ຜູ້ອຳນວຍການ ອິນໂນກຣີນ
ປະລິນຍາໂທ ວິທະຍາສາດສິ່ງແວດລ້ອມ ຢູ່ມະຫາວິທະຍາໄລ ອົກແລນ ປະເທດ ນິວຊີແລນ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 15 ປີ ໃນການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ.
ຮອງຜູ້ອຳນວຍການ ອິນໂນກຣີນ
ປະລິນຍາໂທ ວິສະວະກຳສິ່ງແວດລ້ອມ ຢູ່ມະຫາວິທະຍາໄລ ຣິດສຶເມກັງ ປະເທດຍີ່ປຸ່ນ. ປະສົບການ ແລະ ຄວາມຊຳນານຫຼາຍກວ່າ 15 ປີ ໃນການຕິດຕາມກວດກາດ້ານສິ່ງແວດລ້ອມ ແລະ ຊ່ຽວຊານໃນການນຳໃຊ້ GIS ໃນການສ້າງແຜນທີ່.
ປະລິນຍາໂທ ວິສະວະກຳສິ່ງແວດລ້ອມ ແລະ ການຄຸ້ມຄອງ ມະຫາວິທະຍາໄລແຫ່ງຊາດ ປະເທດລາວ. ປະສົບການຫຼາຍກວ່າ 15 ປີ ໃນການສຶກສາ ESIA, ການວາງແຜນການເຮັດວຽກ, ການຕິດຕາມໂຄງການ ແລະ ການຄຸ້ມຄອງທີມງານ.
ປະລິນຍາຕີ ວິທະຍາສາດສິ່ງແວດລ້ອມ ຢູ່ມະຫາວິທະຍາໄລແຫ່ງຊາດ ປະເທດລາວ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 5 ປີ ໃນການສຳຫຼວດ-ເກັບກຳ ແລະ ວິເຄາະຂໍ້ມູນພື້ນຖານດ້ານສິ່ງແວດລ້ອມທາງກາຍະພາບ.
ປະລິນຍາຕີ ເສດຖະສາດ ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 10 ປີ ໃນຂະແໜງບໍລິຫານຫ້ອງການ, ບໍລິຫານບຸກຄະລາກອນ ແລະ ຄວບຄຸມເອກະສານ ISO (DCC).
ປະລິນຍາຕີ ການຈັດການສິ່ງແວດລ້ອມ ຢູ່ມະຫາວິທະຍາໄລແຫ່ງຊາດ ປະເທດລາວ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 5 ປີ ໃນການສຳຫຼວດ-ເກັບກຳ ແລະ ວິເຄາະຂໍ້ມູນພື້ນຖານດ້ານສັງຄົມ.
ປະລິນຍາຕີ ວິສະວະກຳສິ່ງແວດລ້ອມ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ (2021). ມີປະສົບການ ແລະ ຄວາມຊ່ຽວຊານຫຼາຍກວ່າ 5 ປີ ໃນການສຳຫຼວດ ແລະ ວິເຄາະຂໍ້ມູນພື້ນຖານດ້ານສິ່ງແວດລ້ອມທາງກາຍະພາບ.
ປະລິນຍາຕີ ວິສະວະກຳສິ່ງແວດລ້ອມ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ (2012). ມີປະສົບການ ແລະ ຄວາມຊ່ຽວຊານຫຼາຍກວ່າ 5 ປີ ໃນການສຳຫຼວດ ແລະ ວິເຄາະຂໍ້ມູນພື້ນຖານດ້ານສິ່ງແວດລ້ອມທາງກາຍະພາບ.
ປະລິນຍາຕີ ທາງດ້ານບັນຊີ ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 5 ປີ ໃນຂະແໜງບັນຊີ ແລະ ການເງິນ.
ປະລິນຍາຕີ ທາງດ້ານຄຸ້ມຄອງການເງິນວິສາຫະກິດ ຢູ່ສະຖາບັນເສດຖະກິດ ແລະ ການເງິນ, ປະເທດລາວ. ມີປະສົບການ ແລະ ຄວາມຊຳນານຫຼາຍກວ່າ 5 ປີ ໃນຂະແໜງບໍລິຫານຫ້ອງການ ແລະ ຈັດຊື້-ຈັດຈ້າງ.
ປະລິນຍາຕີ ສາຂາການເງິນທະນາຄານ ຈາກສະຖາບັນການທະນາຄານ, ປະເທດລາວ. ມີປະສົບການ ແລະ ຄວາມຊ່ຽວຊານຫຼາຍກວ່າ 3 ປີ ໃນດ້ານບັນຊີ.
ອິນໂນກຣີນ, ພວກເຮົາມຸ່ງໝັ້ນທີ່ຈະຮ່ວມມືກັບລູກຄ້າ ແລະ ພັນທະມິດທີ່ຫຼາກຫຼາຍ ທັງໃນລະດັບພາຍໃນ ແລະ ສະດັບສາກົນ ເພື່ອນໍາສະເໜີແນວທາງການແກ້ໄຂດ້ານສິ່ງແວດລ້ອມທີ່ທັນສະໄໝໃນຫຼາກຫຼາຍດ້ານ ເຊັ່ນ ກະສິກໍາ, ພື້ນຖານໂຄງລ່າງ, ຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້າ, ໂຮງງານອຸດສາຫະກໍາ, ການສໍາຫຼວດ ແລະ ການສ້າງ ແຜນທີ່, ການກວດສອບຄຸນນະພາບນໍ້າ, ອາກາດ ແລະ ຜົນກະທົບທາງສຽງ ລວມເຖິງການທ່ອງທ່ຽວ.