ຂ່າວ ແລະ ກິດຈະກຳ

ມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງໃຊ້ ໃຫ້ເດັກນ້ອຍພິການ

ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈຳກັດ ໄດ້ຮ່ວມມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງໃຊ້ປະຈຳວັນ ໃຫ້ແກ່ເດັກນ້ອຍພິການ ເຊັ່ນ: ປຶ້ມຂຽນ, ສໍ, ບິກ, ເຄື່ອງຄິດໄລ່, ຊຸດອຸປະກອນສິລະປະ ແລະ ກະຕ່າເຄື່ອງໃຊ້ປະຈຳວັນ.

ຫຼັງຈາກພິທີມອບ, ພະນັກງານ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮ່ວມຮັບປະທານອາຫານທ່ຽງ ກັບນັກຮຽນ ເພື່ອເປັນກຳລັງໃຈໃນການຮຽນ.