ການຊ່ວຍອຸປະກອນການຮຽນໃຫ້ໂຮງຮຽນທີ່ຂາດເຂີນ
ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈຳກັດ ໄດ້ເຂົ້າຮ່ວມພິທີມອບ ລະບົບນໍ້າລິນ, ປຶ້ມແບບຮຽນ, ອຸປະກອນການຮຽນ ແລະ ກິລາ ໃຫ້ແກ່ໂຮງຮຽນ ມ.ຕົ້ນ ຊຽງລວງ ເມືອງວຽງໄຊ ແຂວງຫົວພັນ.
ການມອບດັ່ງກ່າວ ມີມູນຄ່າລວມທັງໝົດ 29,228,000 ກີບ ໂດຍ ມູນນິທິລຽວໂຕວ໌ຮ່ວມໃຈເພື່ອການສຶກສາ ເພື່ອຊ່ວຍເຫຼືອນັກຮຽນ ຂອງໂຮງຮຽນທີ່ຂາດເຂີນອຸປະກອນການຮຽນ. ນັກຮຽນໄດ້ຮັບ ປຶ້ມຂຽນ, ບິກ, ກະເປົາ ແລະ ຊຸດອຸປະກອນການຮຽນ.