ຂ່າວ ແລະ ກິດຈະກຳ

ຊ່ວຍອຸປະກອນການແພດ

February 6, 2022

ໃນວັນທີ 6 ກຸມພາ 2022 ທີ່ແຂວງໄຊຍະບູລີ, ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈຳກັດ ໄດ້ຮ່ວມບໍລິຈາກ ຕຽງນອນຄົນເຈັບ 2 ຊຸດ ແລະ ລໍ້ຍູ້ຄົນເຈັບ 2 ຊຸດ ໃຫ້ແກ່ໂຮງໝໍເມືອງໄຊສະຖານ ລວມມູນຄ່າ 15,000,000 ກີບ.

ການບໍລິຈາກດັ່ງກ່າວ ແມ່ນສ່ວນໜຶ່ງຂອງພິທີມອບ-ຮັບ ລົດຂົນສົ່ງຄົນເຈັບ, ອຸປະກອນການແພດ ແລະ ງົບປະມານສ້ອມແປງນໍ້າລິນ ໃຫ້ເມືອງໄຊສະຖານ ມູນຄ່າລວມ 415,000,000 ກີບ ອຸປະຖຳໂດຍ ກຸ່ມບໍລິສັດໂກລາວ, ບໍລິສັດໂຊກໄຊ ໂລຈິດສະຕິກ ແລະ ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈຳກັດ.