ກ່ຽວກັບເຮົາ
ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈໍາກັດ (ING), ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ເປັນບໍລິສັດທີ່ປຶກສາຊັ້ນນໍາຂອງປະເທດລາວ ທີ່ຊ່ຽວຊານດ້ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການຕິດຕາມດ້ານສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ການສຶກສາຄວາມເປັນໄປໄດ້ຂອງໂຄງການ. ອິນໂນກຣີນໃຫ້ບໍລິການລູກຄ້າທີ່ຫຼາກຫຼາຍ ລວມທັງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ມຸ່ງໝັ້ນໃນການໃຫ້ສະໜອງການບໍລິການທີ່ມີຄຸນນະພາບ ເພື່ອສະໜັບສະໜຸນການພັດທະນາຕາມນະໂຍບາຍສີຂຽວແບບຍືນຍົງໃນ ສປປ ລາວ.
ເລີ່ມແຕ່ສ້າງຕັ້ງມາ, ບໍລິສັດໄດ້ໃຫ້ບໍລິການດ້ານການປະເມີນສິ່ງແວດລ້ອມ ສຳລັບໂຄງການປະເພດຕ່າງໆ, ນັບຕັ້ງແຕ່ໂຄງການປູກຕົ້ນໄມ້ອຸດສາຫະກຳ, ພື້ນຖານໂຄງລ່າງ, ການຂຸດຄົ້ນບໍ່ແຮ່, ໂຮງງານປຸງແຕ່ງອຸດສາຫະກຳ ແລະ ໂຄງການພະລັງງານໄຟຟ້ານ້ຳຕົກໃນຫຼາຍພາກສ່ວນຂອງສປປລາວ.
ບໍລິສັດໄດ້ເຂົ້າເຖິງຊັບພະຍາກອນມະນຸດທີ່ມີປະສົບການ ແລະ ເຄື່ອງມືທີ່ກ້າວໜ້າທາງດ້ານຕ່າງໆທີ່ທັນສະໄໝເພື່ອສະໜອງມາດຕະຖານການປະຕິບັດ ແລະ ການບໍລິການລະດັບຊາດ ແລະ ສາກົນ.
ວິໄສທັດ ແລະ ພາລະກິດ
ຂອງພວກເຮົາ
ວິໄສທັດ
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ພາລະກິດ
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.
ໂຄງຮ່າງການຈັດຕັ້ງ
ປະຫວັດຂອງເຮົາ
ລູກຄ້າຂອງພວກເຮົາ
ອິນໂນກຣີນ, ພວກເຮົາມຸ່ງໝັ້ນທີ່ຈະຮ່ວມມືກັບລູກຄ້າ ແລະ ພັນທະມິດທີ່ຫຼາກຫຼາຍ ທັງໃນລະດັບພາຍໃນ ແລະ ສະດັບສາກົນ ເພື່ອນໍາສະເໜີແນວທາງການແກ້ໄຂດ້ານສິ່ງແວດລ້ອມທີ່ທັນສະໄໝໃນຫຼາກຫຼາຍດ້ານ ເຊັ່ນ ກະສິກໍາ, ພື້ນຖານໂຄງລ່າງ, ຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້າ, ໂຮງງານອຸດສາຫະກໍາ, ການສໍາຫຼວດ ແລະ ການສ້າງ ແຜນທີ່, ການກວດສອບຄຸນນະພາບນໍ້າ, ອາກາດ ແລະ ຜົນກະທົບທາງສຽງ ລວມເຖິງການທ່ອງທ່ຽວ.