
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.
ກ່ຽວກັບເຮົາ
ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈໍາກັດ (ING), ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ເປັນບໍລິສັດທີ່ປຶກສາຊັ້ນນໍາຂອງປະເທດລາວ ທີ່ຊ່ຽວຊານດ້ານການປະເມີນຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ, ການຕິດຕາມດ້ານສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ການສຶກສາຄວາມເປັນໄປໄດ້ຂອງໂຄງການ. ອິນໂນກຣີນໃຫ້ບໍລິການລູກຄ້າ ທີ່ຫຼາກຫຼາຍ ລວມທັງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດແລະ ມຸ່ງໝັ້ນໃນການໃຫ້ສະໜອງການບໍລິການທີ່ມີຄຸນນະພາບ ເພື່ອສະໜັບສະໜຸນການພັດທະນາຕາມນະໂຍບາຍສີຂຽວແບບຍືນຍົງໃນ ສປປ ລາວ.
ການບໍລິການ
ບໍລິສັດ ອິນໂນກຣີນ ມີຄວາມຊ່ຽວຊານໃນການເປັນທີ່ປຶກສາກ່ຽວກັບໂຄງການດ້ານສິ່ງແວດລ້ອມໃນຫຼາກຫຼາຍປະເພດໂຄງການເຊັ່ນ: ການກໍ່ສ້າງ, ບໍ່ແຮ່, ພະລັງງານໄຟຟ້າ ແລະ ອີກຫຼາກຫຼາຍປະເພດໂຄງການ. ການໃຫ້ບໍລິການທີ່ຫຼາກຫຼາຍຂະແໜງ ຊ່ວຍໃຫ້ເຮົາສາມາດຮັບມືກັບໂຄງການທຸກຂະໜາດ ແລະ ຄວາມຫຍຸ້ງຍາກ ຕັ້ງແຕ່ໂຄງການນ້ອຍໆ ໄປຈົນເຖິງໂຄງການຂະໜາດໃຫຍ່ທີ່ມີຄວາມຊັບຊ້ອນ.
ທີມງານຂອງພວກເຮົາໄດ້ຮັບການນຳພາໂດຍ ຜູ້ຊ່ຽວຊານດ້ານເຕັກນິກວິຊາການທີ່ມີປະສົບການ ແລະ ມີຄຸນສົມບັດທີ່ເໝາະສົມ ຊຶ່ງເຮັດໜ້າທີ່ເປັນຜູ້ປະສານງານຫຼັກກັບລູກຄ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າ ການສື່ສານຖືກຕ້ອງ ແລະ ໂຄງການປະສົບຜົນສຳເລັດໄປດ້ວຍດີ. ເຮົາໃຫ້ຄວາມສຳຄັນໃນການຢູ່ແຖວໜ້າຂອງຄວາມກ້າວໜ້າໃນຂະແໜງການນີ້ ເພື່ອໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າຂອງເຮົາ. ທີ່ອິນໂນກຣີນ ພວກເຮົາສະໜອງວິທີການແກ້ໄຂທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ທັນສະໄໝທີ່ສຸດ ສຳລັບທຸກໂຄງການ.
Key Service
ວິໄສທັດ ແລະ ພາລະກິດ
ຂອງພວກເຮົາ
ວິໄສທັດ
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ພາລະກິດ
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.

ຂະແໜງກະສິກໍາ
- ESIA – ໂຄງການປູກຕົ້ນໄມ້ກິນຫມາກ, ເນື້ອທີ່ 1.313,83 ເຮັກຕາ
ເມືອງລະມາມ, ແຂວງເຊກອງ. - ESIA – ໂຄງການປູກຕົ້ນໄມ້ກິນຫມາກ, ເນື້ອທີ່ 840.9 ເຮັກຕາ
ເມືອງທ່າແຕງ, ແຂວງເຊກອງ.

ຂະແໜງພື້ນຖານໂຄງລ່າງ
- IEE – ໂຄງການກໍ່ສ້າງພື້ນຖານໂຄງລ່າງສີຂຽວ, ຢູ່ເຂດ 4 ແຂວງ
ພາກໃຕ້ຂອງປະເທດລາວ. - ESIA – ໂຄງການລົງທືນພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສຕິກ ນະຄອນຫຼວງວຽງຈັນ.

ຂະແໜງການຂຸດຄົ້ນບໍ່ແຮ່
- ESIA – ໂຄງການກໍ່ສ້າງໂຮງງານປຸງແຕ່ງແຮ່ທາດກໍາລັງການຜະລິດ 300 – 500 ໂຕນ/ມື້, ເມືອງຫີນບູນ, ແຂວງຄໍາມ່ວນ.
- ESIA – ໂຄງການຂຸດຄົ້ນບໍ່ແຮ່ສະໄກ, ເມືອງສັງທອງ, ນະຄອນຫຼວງວຽງຈັນ.

ຂະແໜງພະລັງງານ
- ESIA – ໂຄງການສາຍສົ່ງໄຟຟ້າແຮງສູງ 500 ກວ ລາວ-ຈີນ (ຊ່ວງລາວ) ເມືອງນາຫມໍ້, ແຂວງອຸດົມໄຊ
ແລະ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.

ຂະແໜງອຸດສາຫະກໍາ
- ESIA – ໂຄງການເຂດອຸດສາຫະກໍາໂຮງງານນໍ້າຕານແບບປະສົມປະສານ, ແຂວງອັດຕະປື.
- ESIA – ໂຄງການໂຮງງານປຸງແຕ່ງຢາງພາລາ 30,000 ໂຕນ/ປີ, ແຂວງອັດຕະປື.

ຂະແໜງການປະເມີນຜົນກະທົບຕໍ່ສຸຂະພາບ
- HIA – ການປະເມີນຜົນກະທົບຕໍ່ສຸຂະພາບ ໂຄງການຜະລິດໄຟຟ້າ ຈາກກັງຫັນລົມ 600 ເມກາວັດ ທີ່ ເມືອງດາກຈຶງ, ແຂວງ ເຊກອງ ແລະ ເມືອງ ຊານໄຊ, ແຂວງອັດຕະປື.

ຂະແໜງການສຶກສາຄວາມເປັນໄປໄດ້
- FS-IEE ບົດລາຍງານການສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງໂຄງການສາງທ້ອນໂຮມ ແລະ ກະຈາຍສິນຄ້າ ແຂວງຈໍາປາສັກ, ສປປ ລາວ.

ຂະແໜງການສໍາຫຼວດ ແລະ ແຜນທີ່
- ໂຄງການການອອກແບບຄວາມຍືນຍົງຂອງການສັນຈອນໃນຕົວເມືອງ, ນະຄອນຫຼວງວຽງຈັນ (SMMR).

ຂະແໜງການຕິດຕາມກວດສອບສິ່ງແວດລ້ອມ
- ການຕິດຕາມກວດກາສິ່ງແວດລ້ອມ – ສໍາລັບໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ, ຢູ່ແຂວງວຽງຈັນ.

ຂະແໜງການທ່ອງທ່ຽວ
- ໂຄງການສວນພຶກສາສາດ ເຂດຜາຕາດແກ້, ແຂວງຫຼວງພະບາງ.
- ໂຄງການຄຸ້ມຄອງການພັດທະນາຕົວເມືອງໃນ ສປປ ລາວ.
ລູກຄ້າຂອງພວກເຮົາ






























